ເຄື່ອງໃຊ້ໄຟຟ້າປະເພດໃດ ກິນໄຟຫຼາຍທີ່ສຸດ?



ໃນແຕ່ລະມື້ເຮົາໄດ້ນຳໃຊ້ເຄື່ອງໃຊ້ໄຟຟ້າຕ່າງໆຫຼາຍຢ່າງ ແຕ່ໃນນັ້ນເຮົາອາດບໍ່ໄດ້ຄຳນຶງ ຫຼື ຮັບຮູ້ເລີຍວ່າ ເຄື່ອງໃຊ້ໄຟຟ້າແຕ່ລະອັນກິນໄຟຫຼາຍສໍ່າໃດ ແລະ ຕ້ອງໄດ້ເສຍເງິນຫຼາຍເທົ່າໃດຖ້າວ່າໃຊ້ເທົ່ານັ້ນເທົ່ານີ້ຊົ່ວໂມງ. ສະນັ້ນ ຖ້າເຮົາຮູ້ຂໍ້ມູນເບື້ອງຕົ້ນໄວ້ ກໍຈະຊ່ວຍໃຫ້ເຮົາມີສະຕິ ແລະ ຫຼຸດຜ່ອນການນຳໃຊ້ເຄື່ອງໃຊ້ໄຟຟ້າພວກນັ້ນໄດ້ ເພື່ອເປັນການຫຼຸດຜ່ອນຄ່າໄຟທີ່ຕ້ອງໄດ້ເສຍໃນແຕ່ລະເດືອນ.

muan.la ໄດ້ຍົກເອົາບັນດາເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງຂຶ້ນມາເພື່ອໃຫ້ເຫັນພາບວ່າພວກມັນກິນໄຟຫຼາຍໜ້ອຍສໍ່າໃດ. ໃນຕາຕະລາງລຸ່ມນີ້ແມ່ນອັດຕາຄ່າໄຟຟ້າເມື່ອໄລ່ໜ່ວຍລະ 710 ກີບ (ລາຄາສຳລັບປະເພດທີ່ພັກອາໄສ) ຕາມອັດຕາອັບເດດໃໝ່ເດືອນພຶດສະພາປີ 2020.



## ວິທີຄິດໄລ່ຄ່າໄຟຟ້າຕໍ່ມື້ ຕໍ່ເຄື່ອງໃຊ້ໄຟຟ້າ 1 ເຄື່ອງ:

ຕົວຢ່າງ ມື້ໜຶ່ງນຳໃຊ້ ດອກໄຟ 100 ວັດ (W) ຈຳນວນ 3 ດອກ ເປີດດອກລະ 5 ຊົ່ວໂມງ ວິທີຄິດໄລ່ແມ່ນ ເອົາຈຳນວນວັດຄູນໃຫ້ຈຳນວນດອກໄຟ ຈາກນັ້ນຫານດ້ວຍ 1,000 ແລະ ຄູນດ້ວຍຈຳນວນຊົ່ວໂມງທີ່ນຳໃຊ້ທັງໝົດ ຈະໄດ້ (100x3)/1,000 x 3x5 = 4.5 kWh. ຈາກນັ້ນເອົາຈຳນວນນີ້ມາຄູນໃຫ້ອັດຕາຄ່າໄຟ ຍົກຕົວຢ່າງເຊັ່ນ 710 ເຊິ່ງເປັນອັດຕາສຳລັບຜູ້ຊົມໃຊ້ປະເພດທີ່ພັກອາໄສທົ່ວໄປ ຈະໄດ້ 3,195 ກີບຕໍ່ມື້.

ນີ້ແມ່ນລາຄາສຳລັບການນຳໃຊ້ຕໍ່ ຖ້າຫາກນຳໃຊ້ທຸກມື້ສໍ່າເກົ່າເປັນເວລາ 1 ເດືອນ ຄ່າໄຟກໍຈະຄູນຈຳນວນມື້ ຍົກຕົວຢ່າງ 3,195x30=95,850 ເຊິ່ງຖ້າວ່າໃຊ້ໜ້ອຍລົງກໍຈະຫຼຸດລົງ ໃຊ້ຫຼາຍຂຶ້ນກໍຈະເພີ່ມຂຶ້ນ.

ສະນັ້ນແລ້ວ ຖ້າຫາກບໍ່ຈຳເປັນ ເວລາທີ່ບໍ່ໄດ້ນຳໃຊ້ເຄື່ອງໃຊ້ໄຟຟ້າໃດໜຶ່ງ ກໍຄວນປິດ ແລະ ຖອດປັກສຽບໃຫ້ຮຽບຮ້ອຍ ເພື່ອຫຼຸດຜ່ອນຄ່າໄຟຟ້າຂອງຄົວເຮືອນ.


0 Comments