ລົດໃຫຍ່ແຫກໂຄ້ງ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດລົດໃຫຍ່ຂີ່ລົດແຫກໂຄ້ງ ເສຍຊີວິດຄາທີ່ 1 ຄົນ

ວັນທີ 25 ກຸມພາ 2023 ໜ່ວຍກູ້ໄພ ລາຍງານໃຫ້ຮູ້ວ່າ: ເວລາ 22:40 ນາທີ ຂອງ ໄດ້ຮັບແຈ້ງເຫດວ່າມີ ລົດໃຫຍ່ຂີ່ລົດກາຍໂຄ້ງ ທີ່ບ້ານ ໂພນສະອາດ ຂົວນ້ຳພີດ ເມືອງ ມະຫາໄຊ ແຂວງ ຄຳມ່ວນ.

ເມື່ອກູ້ໄພໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ແລະ ບາດເຈັບເລັກໜ້ອຍ 4 ຄົນ

ສະພາບຜູ້ເສຍຊີວິດແມ່ນກະທົບເອິກ ແລະ ຟົ້ງອອກຈາກລົດໄປພາດໃສ່ເຄືອໄມ້ ເຮັດໃຫ້ເຄືອໄມ້ພັນຄໍຈຶ່ງເສຍຊີວິດ

ສ່ວນຜູ້ບາດເຈັບແມ່ນທາງເຈົ້າໜ້າທີ່ນຳສົ່ງໂຮງໝໍ ແລະ ນຳສົບຜູ້ເສຍຊີວິດມອບໃຫ້ຄອບຄົວເພື່ອທຳພິທີທາງສາສະໜາ.

ທີ່ມາ: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ

0 Comments