ປືນຄົກ 60 ມມແຕກໃນເວລາຝຶກຊ້ອມຍິງລູກປືນແທ້ 15/2/2023

ໃນເວລາປະມານ 14 ໂມງ ຂອງວັນທີ 15 ກຸມພາ 2023 ຜ່ານມານີ້ ໄດ້ເກີດມີເຫດການປືນຄົກ 60 ມມ, ແຕກໃນ ເວລາລົງຝຶກແອບສ້ອມຍິງລູກປືນແທ້ຢູ່ພາກສະໜາມ

ເຮັດໃຫ້ນ້ອງເສຍຊີວິດຄາທີ 02 ສະຫາຍ, ຊື່ ຮ.ທ ຍອມສະເດັດ ເພັດວັນທອງ, ໜ້າທີ່ຮັບຜິດຊອບຫົວໜ້າໝວດ ແລະ ຮ.ຕ ລໍາພັນ ເວີດຈານດາ, ໜ້າທີ່ຮັບຜິດຊອບ ຮອງໝວດ

ແລະໄດ້ຮັບບາດເຈັບ 04 ສະຫາຍ, ຄື ຮ.ທ ບຸນປອງ ເພັດພູຄຳ ໜ້າທີ່ຮັບຜິດຊອບ ຮອງໝູ່, ຮ.ທ ຄໍາພູເງິນ ຈິດວິສອນ, ໜ້າທີ່ຮັບຜິດຊອບ ຊ່ວຍວຽກ, 

ຮ.ທ ຄໍາເຜືອດ ຈັນນິພົນ, ໜ້າທີ່ຮັບຜິດຊອບ ຫົວໜ້າໝວດ, ຮ.ທ ພອນມະນີ ອິດອັກປັນຍາ ໜ້າທີ່ຮັບຜິດຊອບໂຊເຟີລົດ, 

ທັງ 6 ສະຫາຍ ແມ່ນຢູ່ກອງດຽວກັນ ກອງຮ້ອຍເອກະລາດ 101 

.
ປະຈຸບັນ ໄດ້ແຕ່ງຕັ້ງພະນັກງານພະແນກປ້ອງກັນພາຍໃນ ທະຫານແຂວເຊກອງ, ລົງເກັບກຳຂໍ້ມູນ ແລະ ຊັນນະສູດສະຖານທີ່ເກີດເຫດ.

0 Comments