ແກ້ໄຂດ່ວນ!! ບັນຫານາຍໜ້າມາຮັບລັດຄິວ ເຮັດໜັງສືຜ່ານແດນ

ບັນຫານາຍໜ້າມາຮັບລັດຄິວ ເຮັດໜັງສືຜ່ານແດນ ພ້ອມສະເໜີ ເງື່ອນໄຂໃຫ້ຜູ້ຈະເຮັດໜັງສືຜ່ານແດນ

ຄ່າລັດຄິວທີ່ນາຍໜ້າສະເໜີເງື່ອນໄຂເຮັດໜັງສືຜ່ານແດນດັ່ງນີ້:
- ຈ່າຍ 2.000.000 ກີບ ໄດ້ສໍາພາດພາຍໃນມື້ ແລະ ໄດ້ຮັບພາຍໃນ 3 ວັນ
- ຈ່າຍ 1.500.000 ກີບ ໄດ້ສຳພາດພາຍໃນມື້ ແລະ ໄດ້ຮັບພາຍໃນ 7 ວັນ
- ຈ່າຍ 1.200.000 ກີບ ໄດ້ສໍາພາດພາຍໃນມື້ ແລະ ໄດ້ຮັບພາຍໃນ 10 ວັນ
- ຈ່າຍ 1.000.000 ກີບ ໄດ້ສໍາພາດພາຍໃນ ແລະ
ໄວ້ ໄດ້ຮັບພາຍໃນ 21 ວັນ

* ຖ້າບໍ່ຈ່າຍ ນັດສໍາພາດໄວສຸດ 21 ມື້, ໄດ້ປຶ້ມມາຫລັງສໍາພາດ 21 ມື້ ລວມກັນໃຊ້ເວລາເດືອນກວ່າໆ
* ນາຍໜ້າພົບເຫັນ ແລະ ຍ່າງເລາະຢູ່ດ້ານໃນ ແລະ ນອກກຳແພງກົມກົງສຸນ ກະຊວງການຕ່າງປະເທດ

ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາ ແລະ ແກ້ໄຂ ບັນຫາຕ່າງໆນັ້ນໃຫ້ໝົດໄປ ເພື່ອຄວາມເປັນເອກະພາບ ແລະ ເທົ່າທຽມໃນສັງຄົມ ຕາມເປົ້າໝາຍ ແລະ ນະໂຍບາຍພັກລັດທີ່ວາງອອກດ້ວຍ.

Cr.laophattananews
#ຂ່າວຮູບພາບລາວພັດທະນາ #ບັນຫາການເຮັດໜັງສືຜ່ານແດນ

0 Comments