ຢຶດລົດຫລູຫນີພາສີ ຈອດຖິ້ມໄວ້ຢູ່ເຂດສາມຫ່ຽມຄຳ


ຢຶດລົດຫລູຫນີພາສີ ຈອດຖິ້ມໄວ້ຢູ່ເຂດສາມຫ່ຽມຄຳ ວັນທີ 18 ກຸມພາ 2023

ເຈົ້າຫນ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ແຂວງຫລວງນໍ້າທາ


ໄດ້ຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າ:

ມີລົດຈິບຍີ່ຫໍ້ BENZ ສີດຳ ແລະ ລົດກັງຍີ່ຫໍ້ CAMRY ສີດຳ (ບໍ່ຕິດປ້າຍທະບຽນ)


ຈອດຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ.ຜ່ານການກວດກາເບື້ອງຕົ້ນເຫັນວ່າ:

ເປັນລົດລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະອະນຸຍາດນຳເຂົ້າເສຍພາສີ-ອາກອນ.


ດັ່ງນັ້ນ, ຈຶ່ງໄດ້ນຳລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາດໍາເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

0 Comments