ເບື່ອເຫັດໝົດຄອບຄົວ

ໃນວັນທີ 25 /6/2023 ເຫດການນີ້ເກິດຂື້ນ ມີຄອບຄົວຫນຶ່ງ ຢູ່ແຂວງຊຽງຂວາງ ໂດຍເລື່ອງມີຢູ່ວ່າ: ທາງຄອບຄົວໄດ້ເກັບເຫັດປ່າມາແຕ່ງກິນ ແລະ ໄດ້ກິນນຳກັນຫລາຍຄົນ 

ລາຍງານເບື້ອງຕົ້ນບອກວ່າຜູ້ຊາຍບໍ່ມີໃຜເປັນຫຍັງ ແຕ່ຜູ້ຍິງແມ່ນເມົາໝົດທຸກຄົນ . ຄາດການເມົາອາດຂຶ້ນກັບທາດຂອງແຕ່ລະຄົນ ຫຼື ເຫັດອາດປົນເປື້ອນເຫັດມີທາດເບື່ອ

ປັດຈຸບັນ, ຄອບຄົວທີ່ເມົາເຫັດແມ່ນໄດ້ຮັບການປິ່ນປົວທີ່ໂຮງຫມໍ ບໍລິເວນ 101 ແຂວງຊຽງຂວາງ, ມາຮອດປັດຈຸບັນອາການຂອງແຕ່ລະຄົນເລີ່ມດີຂື້ນແລ້ວ

0 Comments